ກ່ຽວກັບພວກເຮົາ
ພວກເຮົາຄືໂຮງງານຜະລິດຫາງລາກພ່ວງ ແລະ ຕູ້ບັນທຸກ ທຸກປະເພດ ຍີ່ຫໍ້ "ຊ້າງມຸງຄຸນ" ເປັນໂຮງງານຜະລິດຫາງລາກ ແຫ່ງທຳອິດໃນ ສປປ ລາວ ເປີດໂຮງງານຢ່າງເປັນ ທາງການໃນວັນທີ 25 ເດືອນຕຸລາ 2025 ເຊິ່ງເປັນການຮ່ວມມື ແລະ ຮ່ວມລົງທຶນ ລະຫວ່າງ ບໍລິສັດ Shandong Huatongta Vehicle Manufacturing ຈຳກັດ ເຊິ່ງເປັນຜູ້ຜະລິດຫາງລາກ ຍີ່ຫໍ້ Qilu Huatongta ທີ່ມີປະສົບການຫຼາຍກວ່າ 20 ປີ ແລະ ກຸ່ມບໍລິສັດ ຮຸ່ງອາລຸນ ຂົນສົ່ງ(Hal Express) ທີ່ມີສາຂາຫຼາຍກວ່າ 800 ສາຂາທົ່ວປະເທດ
ເພື່ອເປົ້າໝາຍໃນການສະໜອງ ຫາງລາກພ່ວງ ໃນ ສປປ ລາວ ໂດຍຜູ້ບໍລິຫານຫຼັກຈະມີ ທ່ານ Zheng Weijian ຜູ້ອຳນວຍການໂຮງງານຊ້າງມຸງຄຸນ ທ່ານ ສີສະຫວັນ ມາຢົ່ງເຊີນ ປະທານກຸ່ມບໍລິສັດ ຮຸ່ງອາລຸນ ຂົນສົ່ງ ແລະ ທ່ານ ສັນຕິ ມາຢົ່ງເຊີນ ຮອງຜູ້ອຳນວຍການຝ່າຍຂາຍ ກຸ່ມບໍລິສັດ ຮຸ່ງອາລຸນ ຂົນສົ່ງ
ເຊິ່ງໂຮງງານຂອງພວກເຮົາຈະປະກອບມີ ພະແນກຂາຍ(Sale Department) ພະແນກບໍລິຫານ ແລະ ບຸກຄະລາກອນ(Administration & Human Resources Department) ພະແນກການເງິນ ແລະ ບັນຊີ(Financial & Accounting Department) ພະແນກບໍລິການລູກຄ້າ(Call Center) ພະແນກບໍລິການຫຼັງການຂາຍ(Service Department) ແລະ ພະແນກການຕະຫຼາດ(Marketing Department)
ເປົ້າໝາຍຂອງພວກເຮົາຄື ມຸ່ງເນັ້ນການນຳເຂົ້າພາຫະນະທີ່ມີຄຸນນະພາບ ມາສູ່ລູກຄ້າທຸກທ່ານ ດ້ວຍລາຄາທີ່ເປັນທຳ ຂໍຂອບໃຈ
